ທີມງານເອກະສານ Fedora

ໂລໂກ້ທີມງານເອກະສານ Fedora ພ້ອມເຄື່ອງໝາຍການຄ້າ Fedora; ມີຮູບໜ້າປຶ້ມຢູ່ພື້ນຫຼັງ.

ທີມງານເອກະສານ Fedora ມີໜ້າທີ່ຮັບຜິດຊອບໃນການຈັດການ, ຄັດເລືອກເນື້ອຫາ, ແລະ ເຜີຍແຜ່ເອກະສານຕ່າງໆທີ່ຢູ່ໃນເວັບໄຊ docs.fedoraproject.org.

ສິ່ງທີ່ພວກເຮົາເຮັດ

  • ຈັດການ ແລະ ຄັດເລືອກເນື້ອຫາໜ້າຫຼັກຂອງເອກະສານ

  • ບົວລະບັດຮັກສາເວັບໄຊເອກະສານ Fedora

  • ບົວລະບັດຮັກສາບັນທຶກການປ່ອຍເວີຊັນ (release notes)

  • ບົວລະບັດຮັກສາລະບົບ CI (Continuous Integration) ຂອງເອກະສານ

  • ບົວລະບັດຮັກສາ ແລະ ອັບເດດເອກະສານທົ່ວໄປ

  • ຄັດເລືອກ ແລະ ຈັດການຊຸດຂໍ້ມູນເອກະສານແບບດ່ວນ (Quick Docs)

ພວກເຮົາແມ່ນໃຜ

ທີມງານເອກະສານແມ່ນກຸ່ມເພື່ອນຮ່ວມງານທີ່ມີສະມາຊິກຫຼາຍຄົນເຂົ້າຮ່ວມໃນຮູບແບບທີ່ແຕກຕ່າງກັນ. ສິ່ງທີ່ສຳຄັນເປັນພິເສດຄື: ທ່ານບໍ່ຈຳເປັນຕ້ອງເປັນ "ສະມາຊິກ" ເພື່ອປະກອບສ່ວນເຂົ້າໃນເອກະສານ. ໃຜກໍສາມາດປະກອບສ່ວນໄດ້! ດັ່ງນັ້ນ ມັນຈຶ່ງເປັນໃນທາງກົງກັນຂ້າມ: ຖ້າທ່ານປະກອບສ່ວນໃນການຂຽນຂໍ້ຄວາມ ຫຼື ການແກ້ໄຂ, ທ່ານກໍຈະກາຍເປັນ "ເພື່ອນຮ່ວມງານ" ໂດຍພື້ນຖານ.

ນອກຈາກນີ້, ບໍ່ຈຳເປັນຕ້ອງມີທັກສະພິເສດໃດໆກໍສາມາດປະກອບສ່ວນໄດ້. ມີຫຼາຍວິທີ ແລະ ຫຼາຍທາງເລືອກໃນການສ້າງສັນຜົນງານ.

ຖ້າທ່ານມີຄວາມສົນໃຈໃນການສ້າງ ແລະ ປັບປຸງຂໍ້ມູນທີ່ມີຄຸນຄ່າ ຫຼື ຢາກແບ່ງປັນຄວາມຮູ້ ແລະ ປະສົບການຂອງທ່ານ, ຢ່າລັງເລທີ່ຈະເຂົ້າຮ່ວມກັບພວກເຮົາ. ແລະ ບໍ່ຕ້ອງກັງວົນວ່າທ່ານຈະຕ້ອງມີພັນທະຜູກພັນໃນໄລຍະຍາວ. ພວກເຮົາມີຫຼາຍວິທີ ແລະ ຫຼາຍລະດັບໃນການປະກອບສ່ວນ. ສາມາດເບິ່ງ [ກົດລະບຽບຂອງທີມ] team charter ສໍາລັບຂໍ້ມູນກ່ຽວກັບວິທີການຈັດຕັ້ງຂອງພວກເຮົາ.

ຄະນະກຳມະການ

ໜ້າທີ່ຂອງຄະນະກຳມະການຄືການປະສານງານ ແລະ ຈັດລະບຽບວຽກງານຂອງທີມງານເອກະສານ. ສະມາຊິກປັດຈຸບັນມີ:

darknao

ຜູ້ປະກອບສ່ວນດ້ານເຕັກນິກ

pbokoc

ບັນນາທິການຜູ້ຮັບຜິດຊອບບັນທຶກການປ່ອຍເວີຊັນ ແລະ ຜູ້ປະກອບສ່ວນທົ່ວໄປ

pboy

ຜູ້ຂຽນເນື້ອຫາ ແລະ ບັນນາທິການ

ປັດຈຸບັນ, ພວກເຮົາເປັນທີມງານຂະໜາດນ້ອຍແຕ່ມີປະສິດທິພາບ. ແລະ ພວກເຮົາກໍບໍ່ໄດ້ຢາກເປັນທີມນ້ອຍໆແບບນີ້ຕະຫຼອດໄປ. ຖ້າທ່ານສົນໃຈໃນການສ້າງສັນຂໍ້ມູນທີ່ມີຄຸນຄ່າ ແລະ ພ້ອມທີ່ຈະປະກອບສ່ວນເຮັດວຽກຢ່າງສະໝໍ່າສະເໝີ, ກະລຸນາມາຮ່ວມກັບພວກເຮົາ.

How to join the Docs Project

Anyone with a FAS account can open a pull request. However, if you would like to work with us more long-term, or maybe become a maintainer or help us with merging other contributors' pull requests, there is a formal process where you can join the Docs Project.

First, we would appreciate if you came and said hi to us in our Matrix channel, #docs:fedora.im, and made a few contributions to docs. After we get to know you a little bit, you can open an issue in the Tickets repository and use the "New team member request" to nominate yourself. You can also have someone who is already on the team nominate you instead using the same template.

After you or someone else opens that issue, there is a 7 day minimum waiting period during which current team members can vote. A successful nomination requires at least 3 +1 votes and no -1 votes. Negative votes are extremely rare, and are handled on a case by case basis.

Once the nomination gains 3 "yes" votes and a week passes, we will add you to the Docs Team FAS group, which will give you a higher level of access to any docs repositories such as merging pull requests.

ໂຄງການທີ່ກຳລັງດຳເນີນການຢູ່

ການຍົກຍ້າຍຄັງເກັບຂໍ້ມູນເອກະສານ (repositories)

ຂະນະນີ້ພວກເຮົາກຳລັງຢູ່ໃນຂັ້ນຕອນການຍົກຍ້າຍເອກະສານທັງໝົດຈາກ pagure git repository ໄປຍັງ gitlab ເພື່ອໃຊ້ງານຟີເຈີທີ່ທັນສະໄໝກວ່າ. ຜູ້ນຳໂດຍ: darknao

ປັບປຸງການຄັດເລືອກ ແລະ ຈັດການເອກະສານ Fedora ໂດຍລວມ

ວຽກງານໄລຍະຍາວເພື່ອປັບປຸງເອກະສານໃຫ້ເຂົ້າກັບໂຄງສ້າງປັດຈຸບັນຂອງ Fedora distribution ແລະ ອັບເດດໄປພ້ອມໆກັນ. ຜູ້ນຳໂດຍ: pboy

ຜົນງານບາງຢ່າງທີ່ຫາກໍເຮັດສຳເລັດ

  • ຕິດຕັ້ງລະບົບຄົ້ນຫາຂໍ້ມູນໃນທຸກເອກະສານທີ່ຂາດຫາຍໄປດົນ

  • ກຳຈັດເອກະສານເກົ່າອອກຈາກເຄື່ອງມືຄົ້ນຫາ (search engines)

  • ປັບປຸງບັນທຶກການປ່ອຍເວີຊັນກ່ອນໜ້ານີ້ໃຫ້ມີຄວາມຄ່ອງຕົວ

ໂຄງການທີ່ຢູ່ໃນແຜນ ແລະ ກຳລັງລໍຖ້າການດຳເນີນການ

ປັບປຸງຄູ່ມືສຳລັບຜູ້ປະກອບສ່ວນ

ພວກເຮົາຕ້ອງການຄຳອະທິບາຍທີ່ລະອຽດຂຶ້ນກ່ຽວກັບທຸກທາງເລືອກໃນການປະກອບສ່ວນ. ແລະ ອາດຈະຕ້ອງມີຄຳອະທິບາຍຂັ້ນຕອນການເຮັດ “Pull Request” ໃຫ້ຊັດເຈນ ເພື່ອນຳເນື້ອຫາໃໝ່ ຫຼື ເນື້ອຫາທີ່ແກ້ໄຂເຂົ້າສູ່ຄັງເກັບຂໍ້ມູນຂອງພວກເຮົາ.

ພັດທະນາຄູ່ມືຮູບແບບ (style guide)

ປັດຈຸບັນຍັງບໍ່ມີຄູ່ມືຮູບແບບ ເຮັດໃຫ້ການຈັດພິມ ແລະ ການສະແດງຜົນຂອງເອກະສານບໍ່ເປັນໄປໃນທາງດຽວກັນ ແລະ ເບິ່ງບໍ່ສວຍງາມ.

ການຈັດການຊຸດຂໍ້ມູນ Quick Docs

ບົດຄວາມໃນພາກ Quick Docs ຕ້ອງການການເບິ່ງແຍງ ແລະ ອັບເດດ.

ສຶກສາຄວາມເປັນໄປໄດ້ໃນການຮ່ວມມືລະຫວ່າງເອກະສານ CentOS ແລະ Fedora

ທັງສອງ distribution ມີການໃຊ້ໂຄ້ດຮ່ວມກັນ ແລະ ມີຂັ້ນຕອນການບໍລິຫານຈັດການທີ່ຄ້າຍຄືກັນຫຼາຍ. ມັນຄວນຈະເປັນໄປໄດ້ທີ່ຈະປັບປຸງໂຄງການເອກະສານທັງສອງໂດຍການເຮັດວຽກຮ່ວມກັນ ແລະ ປະສານງານກັນ.

ຊ່ອງທາງການຕິດຕໍ່ທີມງານເອກະສານ Fedora

Please contact us at any of our communication channels:

ເວັບບອດສົນທະນາ Fedora

https://discussion.fedoraproject.org/tag/docs-team

ຊ່ອງ IRC

#fedora-docs on Libera IRC (largely abandoned)

ຫ້ອງ Matrix

#docs:fedora.im

Fortnightly Matrix meeting

Every other Tuesday, 13:00 UTC at #meeting:fedora.im

See Fedocal for up to date info

ເບິ່ງໂຄງສ້າງພື້ນຖານການເຮັດວຽກຂອງພວກເຮົາ

Work is tracked in multiple repositories as relevant. Tickets which affect the project as a whole instead of a specific repository are located in the Tickets repo.

ຖ້າທ່ານອ່ານມາຮອດນີ້

ກະລຸນາຕິດຕໍ່ຫາພວກເຮົາຜ່ານຊ່ອງທາງໃດໜຶ່ງຂ້າງເທິງ. ທ່ານມີແນວໂນ້ມສູງທີ່ຈະກາຍເປັນສະມາຊິກທີ່ຊ່ວຍເຫຼືອວຽກງານ ແລະ ເປັນທີ່ເຄົາລົບຂອງທີມງານພວກເຮົາ. ຢ່າລັງເລເລີຍ.